ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

RSI ຢູ່ໃນເຂດຊື້ຫຼາຍເກີນໄປ, ດ່ານ 1.2810 ຈະທົດສອບຝ່າຍຊື້ GBPUSD ທີ່ລະດັບສູງສຸດໃນຮອບ 9 ອາທິດ

RSI ຢູ່ໃນເຂດຊື້ຫຼາຍເກີນໄປ, ດ່ານ 1.2810 ຈະທົດສອບຝ່າຍຊື້ GBPUSD ທີ່ລະດັບສູງສຸດໃນຮອບ 9 ອາທິດ

GBPUSD ປັບຂຶ້ນເປັນມື້ທີ 3 ຕິດຕໍ່ກັນ ພ້ອມທັງທຳລາຍສະຖິຕິລະດັບສູງສຸດໃນຮອບ 2 ເດືອນ. ຄູ່ເງິນ Cable ໄດ້ຮັບແຮງໜູນຈາກການອ່ອນຕົວຂອງເງິນໂດລາສະຫະລັດ ພ້ອມທັງຄຳເຫັນຫຼ້າສຸດທີ່ມີທ່າທີເຂັ້ມງວດຂອງບັນດາເຈົ້າໜ້າທີ່ທະນາຄານກາງອັງກິດ (BoE). ແນວໃດກໍຕາມ, ສະພາບ RSI (14) ທີ່ຊື້ຫຼາຍເກີນໄປ ແລະ ເສັ້ນຕ້ານທີ່ມີແນວໂນ້ມລາດລົງຈາກເດືອນກໍລະກົດ 2023 ເຊິ່ງຢູ່ໃກ້ 1.2810 ໃນເວລາຂຽນ ອາດຈະຮ່ວມກັນທົດສອບຜູ້ຊື້. ຫາກລາຄາຍັງຢືນແຂງແຮງເໜືອ 1.2810, ຈຸດສູງສຸດຂອງປີທີ່ເຮັດໄວ້ໃນເດືອນມີນາປະມານ 1.2895 ຕາມດ້ວຍລະດັບ 1.2900 ຈະເປັນດ່ານຕໍ່ໄປ ກ່ອນລະດັບຈິດວິທະຍາ 1.3000 ຈະດຶງດູດແຮງຊື້.

ອີກທາງເລືອກໜຶ່ງ, ລະດັບ Fibonacci retracement 61.8% ຂອງການປັບຕົວລົງຂອງຄູ່ GBPUSD ໃນຊ່ວງເດືອນກໍລະກົດ-ຕຸລາ ໃກ້ກັບ 1.2720 ເປັນແນວຮັບທັນທີທີ່ຄວນຈັບຕາ ເມື່ອລາຄາຍໍ້ຕົວລົງອີກຄັ້ງ. ຈາກນັ້ນ ລະດັບສູງຂອງເດືອນເມສາໃກ້ກັບ 1.2710 ແລະລະດັບ 100-SMA ບໍລິເວນ 1.2630 ອາດດຶງດູດແຮງຂາຍເງິນປອນ. ແນວໃດກໍຕາມ ແນວໂນ້ມຂາລົງຂອງຄູ່ Cable ຍັງບໍ່ປາກົດຊັດ ຈົນກວ່າຈະເຫັນລາຄາປິດລາຍວັນຕ່ຳກວ່າຈຸດທີ່ 50-SMA ຕັດກັບແນວຮັບຂາຂຶ້ນທີ່ເລີ່ມມາໄດ້ 5 ອາທິດ ໃກ້ກັບ 1.2580 ໃນຂະນະທີ່ຂຽນຂ່າວນີ້.

ໂດຍລວມ ຄູ່ GBPUSD ກຳລັງມຸ່ງໜ້າໄປຫາແນວຕ້ານສຳຄັນດ້ານເທິງ ໃນຂະນະທີ່ນັກຊື້ຂາຍສ່ວນໃຫຍ່ກັບມາເຮັດວຽກຫຼັງຈາກວັນພັກຍາວໃນສະຫະລັດແລະອັງກິດ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.