Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

EURUSD ຍັງເຄື່ອນໄຫວຂ້າງໆຢູ່ໃນກອບແຄບມາໄດ້ໜຶ່ງອາທິດ ກ່ອນການປະຊຸມສຳຄັນຂອງຄະນະກຳມະການຕະຫຼາດເປີດຂອງລັດຖະບານກາງ (FOMC). ຕະຫຼາດຮູ້ກັນແລ້ວ ແລະຄາດລ່ວງໜ້າໄວ້ແລ້ວວ່າຈະມີການຂຶ້ນອັດຕາດອກເບ້ຍ 0.50%. ດັ່ງນັ້ນ Fed ຈະຕ້ອງດຳເນີນການເໜືອຄວາມຄາດໝາຍຂອງຕະຫຼາດ ເພື່ອກ້າວນຳສະພາບການ ແລະຮັກສາຄວາມເປັນໃຫຍ່ຂອງເງິນໂດລາສະຫະລັດ. ໃນກໍລະນີນັ້ນ ລະດັບ Fibonacci Expansion (FE) 100% ຂອງເດືອນກຸມພາ-ມີນາ ປະມານ 1.0485 ເປັນລະດັບສຳຄັນຂອງແນວໂນ້ມຂາລົງ ເຊິ່ງມຸ່ງໄປຫາຈຸດຕໍ່າສຸດປະຈຳປີ 2017 ໃກ້ 1.0340. ແຕ່ລະດັບ 1.0400 ຈະເປັນຈຸດຢຸດຊົ່ວຄາວ ຂະນະທີ່ Fed ສະແດງມາດຕະການອັນເດັດຂາດ.
ຖ້າທະນາຄານກາງສະຫະລັດເລືອກທີ່ຈະສ້າງຄວາມຜິດຫວັງໃຫ້ຕະຫຼາດ ໂດຍຂຶ້ນອັດຕາດອກເບ້ຍ 0.50% ຕາມທີ່ຄາດໄວ້ ຫຼືບໍ່ເລັ່ງຮັດແໜ້ນນະໂຍບາຍໃຫ້ໄວຂຶ້ນ ຄູ່ເງິນ EURUSD ອາດປັບຕົວດີດກັບຂຶ້ນຕາມທີ່ລໍຄອຍ ດັ່ງທີ່ RSI ຊີ້ບອກວ່າຢູ່ໃນເຂດຂາຍຫຼາຍເກີນໄປ. ການຟື້ນຕົວຕໍ່ຈາກນັ້ນອາດດີດຂຶ້ນຜ່ານແນວຮັບເກົ່າໃກ້ 1.0580 ໄດ້ຢ່າງໄວ ກ່ອນທົດສອບລະດັບ FE 78.6% ໃກ້ 1.0630-35. ເມື່ອລາຄາປັບຂຶ້ນຜ່ານ 1.0635 ລະດັບ 1.0760 ທີ່ກົງກັບ FE 61.8% ຈະເປັນແນວປ້ອງກັນສຸດທ້າຍຂອງຝ່າຍຊື້.
ໂດຍລວມແລ້ວ ລາຄາ EURUSD ປັບຕົວລົງຢ່າງເຫັນໄດ້ຊັດ ເພາະຄາດວ່າ Fed ຈະດຳເນີນມາດຕະການຄັ້ງໃຫຍ່ ແຕ່ຜົນທີ່ເກີດຂຶ້ນຈິງຈະເປັນປັດໄຈສຳຄັນຕໍ່ທິດທາງລາຄາຕໍ່ໄປ.