Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

GBPUSD ຫຼຸດຕ່ຳກວ່າແນວຮັບ 1.1290 ກ່ອນການປະກາດຂອງ BOE

GBPUSD ຫຼຸດຕ່ຳກວ່າແນວຮັບ 1.1290 ກ່ອນການປະກາດຂອງ BOE

GBPUSD ເຮັດຈຸດຕ່ຳສຸດໃນຮອບ 37 ປີອີກຄັ້ງ ໂດຍຫຼຸດຜ່ານເສັ້ນແນວຮັບທີ່ມີມາ 4 ເດືອນ ແລະລະດັບ Fibonacci Expansion (FE) 61.8% ຂອງການເຄື່ອນໄຫວຂອງຄູ່ GBPUSD ໃນຊ່ວງວັນທີ 17 ສິງຫາ ຫາ 13 ກັນຍາ ຊຶ່ງຢູ່ໃກ້ 1.1290 ຂະນະທີ່ນັກຊື້ຂາຍລໍຖ້າການປັບປຸງນະໂຍບາຍການເງິນຈາກທະນາຄານກາງອັງກິດ (BOE). ເຖິງແມ່ນວ່າຄູ່ເງິນ Cable ຫຼຸດຜ່ານແນວຮັບສຳຄັນໃກ້ສຸດ ເຊິ່ງກາຍເປັນແນວຕ້ານໃກ້ 1.1290 ແລ້ວກໍຕາມ, RSI ທີ່ເຂົ້າສູ່ເຂດຂາຍເກີນ ແລະຄວາມປະຫຼາດໃຈໃນແງ່ບວກທີ່ອາດເກີດຈາກ “Old Lady” ເຊິ່ງເປັນຊື່ທີ່ນິຍົມເອີ້ນ BOE ກໍອາດດຶງດູດຜູ້ຊື້ຄູ່ Cable. ໃນກໍລະນີນັ້ນ ເສັ້ນ 5-DMA ແລະເສັ້ນແນວຕ້ານທີ່ມີມາ 6 ອາທິດ ຢູ່ປະມານ 1.1410 ແລະ 1.1560 ຕາມລຳດັບ ອາດທ້າທາຍຝ່າຍຊື້. ຈາກນັ້ນ ບໍລິເວນແນວຕ້ານແນວນອນທີ່ມີມາ 1 ເດືອນຈະຢູ່ກ່ອນເສັ້ນ 50-DMA ແລະຈຳກັດການປັບຂຶ້ນຕໍ່ຂອງລາຄາ ຢູ່ປະມານ 1.1740 ແລະ 1.1845 ຕາມລຳດັບ.

ໃນອີກດ້ານໜຶ່ງ ລະດັບ Fibonacci Expansion (FE) 78.6% ໃກ້ 1.1160 ອາດດຶງດູດຝ່າຍຂາຍ GBPUSD ຖ້າລາຄາຍັງຢູ່ຕ່ຳກວ່າ 1.1290. ຖ້າຄູ່ Cable ຫຼຸດຕ່ຳກວ່າ 1.1160 ກໍບໍ່ອາດຕັດໂອກາດທີ່ລາຄາຈະຮ່ວງລົງຫາລະດັບຈິດວິທະຍາ 1.1000.

ໂດຍລວມແລ້ວ GBPUSD ເບິ່ງຄືວ່າຍັງມີພື້ນທີ່ປັບລົງອີກເລັກນ້ອຍ ກ່ອນການປະກາດທ່າທີເຂັ້ມງວດຂອງ BOE ທີ່ຄາດໄວ້.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.