Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ລາຄາຄຳອ່ອນຕົວ ຫຼັງລາຄາທະລຸອອກຈາກຊ່ອງລາຄາຂາລົງ ເໜືອ $1,700

ລາຄາຄຳອ່ອນຕົວ ຫຼັງລາຄາທະລຸອອກຈາກຊ່ອງລາຄາຂາລົງ ເໜືອ $1,700

ລາຄາຄຳບໍ່ສາມາດປັບຂຶ້ນຕໍ່ຈາກການຟື້ນຕົວຫຼັງການປະຊຸມ ECB ຈາກລະດັບຕໍ່າສຸດຂອງປີ ແຖມຍັງບໍ່ສາມາດປັບຂຶ້ນຕໍ່ຫຼັງທະລຸອອກຈາກຊ່ອງລາຄາຂາລົງ. ເນື່ອງຈາກລາຄາໂລຫະມີການຊື້ຂາຍຕໍ່າກວ່າ SMA ສຳຄັນຢ່າງຕໍ່ເນື່ອງ ແລະອິນດິເຄເຕີ oscillators ອ່ອນຕົວໃນໄລຍະຫຼ້າສຸດ ລາຄາຄຳອາດຈະຍັງຖືກກົດດັນຕໍ່ໄປ. ດັ່ງນັ້ນ ຜູ້ຂາຍອາດເຫັນການດີດຂຶ້ນຫຼ້າສຸດເປັນໂອກາດ ຕາບໃດທີ່ລາຄາຍັງຢູ່ຕໍ່າກວ່າລະດັບ 100-SMA ທີ່ປະມານ $1,745. ຕໍ່ຈາກນັ້ນ ເສັ້ນຕ້ານທີ່ລາດລົງຈາກວັນທີ 13 ມິຖຸນາ ແລະເຂດລາຄາແນວນອນຈາກກາງເດືອນພຶດສະພາ ຢູ່ປະມານ $1,768 ແລະ $1,785-87 ຕາມລຳດັບ ຈະເປັນແນວປ້ອງກັນສຸດທ້າຍຂອງຝ່າຍຂາຍ.

ໃນທາງກັບກັນ ການປັບລົງອາດເຄື່ອນໄປຫາເສັ້ນເທິງຂອງຊ່ອງແນວໂນ້ມຂາລົງທີ່ເລີ່ມມາໄດ້ສອງອາທິດ, ແນວຕ້ານເກົ່າແຖວ $1,708 ກ່ອນຮອດລະດັບ $1,700 ແລະຈຸດຕໍ່າສຸດຫຼ້າສຸດແຖວ $1,680 ເຊິ່ງອາດເປັນທີ່ພໍໃຈຂອງຝ່າຍຂາຍຄຳ. ແນວໃດກໍຕາມ ຄວນສັງເກດວ່າ ເສັ້ນຮັບຂອງຊ່ອງແນວໂນ້ມຂ້າງຕົ້ນ ຢູ່ທີ່ $1,668 ໃນເວລາຂຽນຂ່າວ ຈະມາກ່ອນລະດັບຕໍ່າສຸດໃນກາງເດືອນເມສາ 2020 ທີ່ປະມານ $1,660 ເພື່ອທົດສອບວ່າລາຄາໂລຫະຈະປັບລົງຕໍ່ໄປອີກຫຼືບໍ່.

ໂດຍລວມແລ້ວ ຝ່າຍຂາຍຄຳຍັງຄຸມເກມ ເຖິງແມ່ນລາຄາຈະປັບຂຶ້ນແກ້ຕົວ ໃນຂະນະທີ່ນັກຊື້ຂາຍກຽມຮັບມືກັບດັດຊະນີ PMI ປະຈຳເດືອນກໍລະກົດ ແລະການປະຊຸມ Fed ວັນທີ 26-27 ກໍລະກົດ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.