Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading • ມື້ນີ້

ສິນຊັບຟື້ນຕົວ ຂະນະທີ່ຣັດເຊຍກຽມຕອບໂຕ້ມາດຕະການຂວ້ຳບາດຈາກຊາດຕາເວັນຕົກ

ສິນຊັບຟື້ນຕົວ ຂະນະທີ່ຣັດເຊຍກຽມຕອບໂຕ້ມາດຕະການຂວ້ຳບາດຈາກຊາດຕາເວັນຕົກ

ຂະນະນີ້ເປັນອາທິດທີ 3 ນັບຕັ້ງແຕ່ຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນເລີ່ມຕົ້ນຂຶ້ນ. ຜົນກະທົບຕໍ່ເສດຖະກິດໂລກຍັງຄົງຮຸນແຮງ. ບໍລິສັດທີ່ມີອຳນາດຫຼາຍທີ່ສຸດໃນໂລກຍັງຄົງຢຸດກິດຈະກຳຂອງຕົນໃນຣັດເຊຍ ໂດຍມີ Sony, Nintendo, Caterpillar, Honeywell ແລະບໍລິສັດອື່ນໆຫາກໍເຂົ້າຮ່ວມການຖອນຕົວຄັ້ງໃຫຍ່ນີ້. ມື້ນີ້ Visa ແລະ Mastercard ໄດ້ຢຸດໃຫ້ບໍລິການບັດຂອງຣັດເຊຍແລ້ວ 

ເພື່ອຕອບໂຕ້ມາດຕະການລົງໂທດທີ່ຄອບຄຸມກວ້າງຂວາງໃນຂະນະນີ້ ຣັດເຊຍໄດ້ເຕືອນປະເທດຕາເວັນຕົກກ່ຽວກັບ ການໂອນຊັບສິນຕ່າງປະເທດທີ່ບໍ່ໄດ້ໃຊ້ງານເປັນຂອງລັດ. ຈີນກໍມີຈຸດຢືນຄັດຄ້ານມາດຕະການລົງໂທດ ໂດຍກ່າວໂທດປະເທດຕາເວັນຕົກວ່າເປັນຜູ້ສ້າງຄວາມຕຶງຄຽດ. ທ່ານ Zhao Lijian ໂຄສົກກະຊວງການຕ່າງປະເທດຈີນຫາກໍກ່າວວ່າ ລັດຖະບານຈີນຈະດຳເນີນມາດຕະການຢ່າງເດັດຂາດ ຖ້າປະເທດຕາເວັນຕົກກົດດັນບໍລິສັດຈີນຍ້ອນມາດຕະການລົງໂທດທີ່ນຳໃຊ້ຕໍ່ຣັດເຊຍ

ເມື່ອເວົ້າເຖິງອະນາຄົດ ຜູ້ນຳປະເທດສະມາຊິກສະຫະພາບເອີຣົບຈະຄ່ອຍໆຢຸດຊື້ນ້ຳມັນ, ອາຍແກັສ ແລະຖ່ານຫີນຈາກຣັດເຊຍ ເພື່ອຫຼຸດການເພິ່ງພາແຫຼ່ງພະລັງງານຂອງຣັດເຊຍ ດັ່ງນັ້ນອັດຕາໃໝ່ຈຶ່ງກຳລັງຈະຕາມມາ 

ມາເບິ່ງກັນວ່າສິນຊັບຫຼັກຕ່າງໆຈະຕອບສະໜອງແນວໃດໃນວັນທີ 10 ມີນາ.

  • BRENT OIL ຟື້ນຕົວຂຶ້ນ 4.88% ມາຢູ່ທີ່ 116.73 ແຕ່ຍັງຢູ່ຫ່າງຈາກລະດັບສູງສຸດຫຼ້າສຸດ.
  • GOLD ຟື້ນຕົວຂຶ້ນ 0.13% ຈາກລະດັບຕໍ່າຫຼ້າສຸດ ແລະຢູ່ທີ່ລາຄາ 1,990.70 .
  • USD INDEX ເພີ່ມຂຶ້ນ 0.30% ມາຢູ່ທີ່ 98.237.
  • DOW JONES ຊື້ຂາຍສູງຂຶ້ນ 2.00% ໂດຍເພີ່ມຂຶ້ນມາຢູ່ທີ່ 33,286.25.
  • NASDAQ ເພີ່ມຂຶ້ນ 3.58% ມາຢູ່ທີ່ 13,742.20.
  • DAX ຫຼຸດລົງ 2.15% ແລະຢູ່ທີ່ລະດັບກາງຫຼ້າສຸດ 13,550.43 .
  • FTSE 100 ຢູ່ທີ່ 7,123.60 ໂດຍຊື້ຂາຍຕ່ຳລົງ 0.91%.

ແນວໂນ້ມປັດຈຸບັນ

ສິນຊັບຕ່າງໆເຄື່ອນໄຫວບໍ່ແນ່ນອນ ໂດຍບາງລາຍການສະແດງທິດທາງເປັນກາງ. ທີ່ນີ້ທ່ານສາມາດເບິ່ງແນວໂນ້ມທີ່ກຳລັງເປັນທີ່ຮັບຮູ້ໃນຂະນະນີ້.

  • ສັນຍານຊື້ຢ່າງແຮງ: BRENT OIL, USD INDEX, NASDAQ
  • ຊື້: FTSE 100
  • ເປັນກາງ: GOLD, DOW JONES, DAX

ຕິດຕາມແນວໂນ້ມກັບໂບຣກເກີ ຊັ້ນນຳໃນອາຊີ-ປາຊີຟິກ ທີ່ມີເງື່ອນໄຂການຊື້ຂາຍທີ່ດີທີ່ສຸດ:

  • SPREADS ແຄບຫຼາຍ ເລີ່ມຕົ້ນທີ່ 0 pip;
  • ຫຼຸດຂະໜາດ lot ຂັ້ນຕ່ຳ;
  • ລາງວັນ IB ສູງ ສູງສຸດ 60% ຂອງສ່ວນແບ່ງລາຍຮັບ;
  • ໂບນັດເງິນຝາກ 200% ແລະອື່ນໆ.

ຊື້ຂາຍຢ່າງປອດໄພ ແລະຮັບປະສົບການກັບເງື່ອນໄຂການຊື້ຂາຍທີ່ດີທີ່ສຸດຈາກ MTrading!

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!