
ໃນຊ່ວງຕົ້ນວັນພຸດ ທ່າທີຕໍ່ຄວາມສ່ຽງຍັງປະປົນກັນ ເຖິງແມ່ນວ່າຄວາມກັງວົນທີ່ມາຈາກສົງຄາມອິດສະຣາແອນ-ຮາມາສຈະຜ່ອນຄາຍລົງກໍຕາມ. ສາເຫດອາດກ່ຽວຂ້ອງກັບທ່າທີລະມັດລະວັງ ກ່ອນຈະມີຂໍ້ມູນສຳຄັນທີ່ຊີ້ບອກທິດທາງເງິນເຟີ້ຂອງສະຫະລັດ ແລະບົດບັນທຶກການປະຊຸມຂອງ Fed ລວມທັງຄວາມບໍ່ແນ່ນອນກ່ຽວກັບປະເດັນດ້ານພູມິລັດຖະສາດ ແລະເສດຖະກິດຂອງຈີນ.
ຄວາມບໍ່ຊັດເຈນຂອງຕະຫຼາດ ບວກກັບຄຳເຫັນທີ່ສະທ້ອນທ່າທີຜ່ອນຄາຍຂອງ Christopher Kent ຜູ້ຊ່ວຍຜູ້ວ່າການ (ຕະຫຼາດການເງິນ) ທະນາຄານກາງອົດສະຕຣາລີ (RBA) ກຳລັງກົດດັນລາຄາ AUDUSD ໃຫ້ປັບລົງ ເຮັດໃຫ້ຄູ່ເງິນນີ້ຂາດທຶນລາຍວັນເປັນຄັ້ງທຳອິດໃນຮອບ 6 ມື້. ນອກຈາກນັ້ນ EURUSD ຍັງມີທິດທາງບໍ່ແນ່ນອນ ແຕ່ USDJPY ປັບຂຶ້ນເລັກນ້ອຍ ເຖິງແມ່ນວ່າອັດຕາຜົນຕອບແທນຈະຫຼຸດລົງກໍຕາມ. ສ່ວນ NZDUSD ຫຼຸດລົງຫຼາຍທີ່ສຸດໃນບັນດາຄູ່ສະກຸນເງິນ G10 ຂະນະທີ່ USDCAD ແລະ USDCHF ຍັງບໍ່ມີທິດທາງຊັດເຈນໃນໄລຍະຫຼັງນີ້.
ລາຄາຄຳຍັງຊົງຕົວບໍ່ຄຶກຄື້ນ ຫຼັງຈາກຫຼຸດລົງຈາກລະດັບສູງສຸດໃນຮອບ 1 ອາທິດເມື່ອມື້ກ່ອນ. ຂະນະທີ່ນ້ຳມັນດິບຟື້ນຕົວຈາກການຂາດທຶນໃນມື້ກ່ອນ ຫຼັງຈາກເຈົ້າໜ້າທີ່ OPEC ປັດຄວາມກັງວົນກ່ຽວກັບຄວາມຕ້ອງການພະລັງງານຂອງຈີນ.
ຄວນສັງເກດວ່າຫຸ້ນໃນພູມິພາກອາຊີແປິຟິກປັບຕົວສູງຂຶ້ນເລັກນ້ອຍ ຕາມແນວໂນ້ຂອງດັຊນີຕະຫຼາດ Wall Street ທ່າມກາງຄວາມຄາດຫວັງທີ່ດີຕໍ່ແນວໂນ້ການເຕີບໂຕຂອງຈີນແລະອິນເດຍ ຕະຫຼອດຈົນຄວາມຫວັງວ່າຈະເຫັນການກະຕຸ້ນເສດຖະກິດເພີ່ມຕື່ມຈາກຈີນ ແລະການທີ່ຍີ່ປຸ່ນປົກປ້ອງນະໂຍບາຍເງິນນະໂຍບາຍຜ່ອນຄາຍ.
BTCUSD ຫຼຸດລົງຕິດຕໍ່ກັນ 4 ມື້ ຂະນະທີ່ ETHUSD ຫຼຸດລົງເປັນມື້ທີ 5 ຕິດຕໍ່ກັນ ທ່າມກາງຄວາມກັງວົນໃນຕະຫຼາດຄຣິບໂຕ ແລະ ການທີ່ເງິນໂດລາສະຫະລັດລັງເລທີ່ຈະຫຼຸດລົງຕໍ່ ຫຼັງຈາກຫຼຸດລົງຕິດຕໍ່ກັນ 5 ມື້.
ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:



ເລີ່ມຈາກບັນຫາດ້ານພູມລັດສາດ, ອິສຣາແອລໄດ້ຮັບການສະໜັບສະໜູນຢ່າງໜັກແໜ້ນຈາກສະຫະລັດ ແລະເພີ່ມຄວາມຮຸນແຮງໃນການຕອບໂຕ້ການວາງລະເບີດຂອງຮາມາສ. ແນວໃດກໍຕາມ, ການເຈລະຈາເລື່ອງການສ້າງເສັ້ນທາງມະນຸດສະທໍາໃນເຂດກາຊາ ເບິ່ງຄືວ່າຈະຊ່ວຍບັນເທົາຄວາມກັງວົນຈາກສົງຄາມ ແລະເຮັດໃຫ້ນັກຊື້ຂາຍໄດ້ຜ່ອນຄາຍລົງ.
ນອກຈາກນີ້ ລາຍງານຄາດຄະເນເສດຖະກິດໂລກສະບັບຫຼ້າສຸດຂອງກອງທຶນການເງິນສາກົນ (IMF) ລະບຸວ່າ ແນວໂນ້ມການເຕີບໂຕຂອງ GDP ທົ່ວໂລກໃນປີ 2024 ອ່ອນລົງ ຂະນະທີ່ປັບຄາດຄະເນ CPI ທົ່ວໂລກປີ 2024 ຂຶ້ນເປັນ 5.8% ຈາກ 5.2% ໃນເດືອນກໍລະກົດ. ເຖິງຢ່າງນັ້ນ ລາຍລະອຽດກໍຊີ້ວ່າ ເສດຖະກິດອິນເດຍແລະຈີນມີແນວໂນ້ມເຕີບໂຕທີ່ໜ້າຍິນດີ. ຕາມການຄາດຄະເນຫຼ້າສຸດຂອງ IMF ແລະສະຖິຕິຈາກຈີນທີ່ເປີດເຜີຍມາບໍ່ດົນນີ້ ຈີນກຳລັງສະແດງສັນຍານການຟື້ນຕົວທາງເສດຖະກິດ ແລະຊ່ວຍສົ່ງເສີມຄວາມຫວັງໃນອາຊີ. ນອກນັ້ນ Bloomberg ຍັງລາຍງານວ່າ ປັກກິ່ງພ້ອມອອກມາດຕະການກະຕຸ້ນເສດຖະກິດໃໝ່ມູນຄ່າເກືອບ CNY1 ພັນຕື້ (137.1 ຕື້ໂດລາ) ແລະຍອມຂາດດຸນງົບປະມານສູງຂຶ້ນ ເພື່ອບັນລຸເປົ້າໝາຍການເຕີບໂຕປະຈຳປີ. ແນວໃດກໍຕາມ Country Garden ຜູ້ພັດທະນາອະສັງຫາລິມະສັບລາຍໃຫຍ່ຂອງອາຊີທີ່ກຳລັງປະສົບບັນຫາ ມີແນວໂນ້ມຈະຜິດນັດຊຳລະດອກເບ້ຍພັນທະບັດມູນຄ່າ 15 ລ້ານໂດລາທີ່ອອກໃນຕ່າງປະເທດຢ່າງເປັນທາງການ ເມື່ອໄລຍະຜ່ອນຜັນ 30 ວັນໝົດລົງໃນວັນທີ 17 ຕຸລາ. ປັດໄຈນີ້ບວກກັບຄວາມຕຶງຄຽດລະຫວ່າງສະຫະລັດກັບຈີນ ອາດກະທົບຕໍ່ຄວາມເຊື່ອໝັ້ນ ແລະຊ່ວຍຈຳກັດການອ່ອນຄ່າຂອງເງິນໂດລາສະຫະລັດ.
ໃນອີກໜ້າໜຶ່ງ, ທະນາຄານກາງສະຫະລັດ ປະຈຳນິວຢອກໄດ້ເປີດເຜີຍຜ່ານຜົນສຳຫຼວດຄວາມຄາດຫວັງຂອງຜູ້ບໍລິໂພກວ່າ ຄວາມຄາດຫວັງອັດຕາເງິນເຟີ້ໃນຮອບ 1 ປີຂອງຜູ້ບໍລິໂພກສະຫະລັດເພີ່ມຂຶ້ນຈາກ 3.6% ໃນເດືອນສິງຫາເປັນ 3.7% ໃນເດືອນກັນຍາ. ປັດໄຈນີ້ບວກກັບຖ້ອຍຄຳຂອງ Fed ທີ່ມີທ່າທີເຂັ້ມງວດ ໄດ້ກົດດັນຜູ້ມີແນວຄິດໃນແງ່ດີ.
ໃນວັນອັງຄານ ປະທານທະນາຄານກາງສະຫະລັດສາຂາແອັດແລນຕາ Raphael Bostic ກ່າວວ່າ ບໍ່ຈຳເປັນຕ້ອງຂຶ້ນອັດຕາດອກເບ້ຍອີກແລ້ວ. ໃນອີກດ້ານໜຶ່ງ ຫົວໜ້າຝ່າຍ ນະໂຍບາຍການເງິນ ຜູ້ຮັບຜິດຊອບດ້ານການດຳເນີນງານຂອງ Fed ສາຂານິວຢອກ Roberto Perli ກ່າວວ່າ “ເຄື່ອງມືຄວບຄຸມອັດຕາດອກເບ້ຍຂອງ Fed ຍັງເຮັດວຽກໄດ້ດີ ເຖິງແມ່ນວ່າຈະປະເຊີນກັບສິ່ງທ້າທາຍໃນໄລຍະຜ່ານມາ.” ນອກຈາກນັ້ນ Neel Kashkari ປະທານທະນາຄານກາງສະຫະລັດສາຂາມິນນີແອໂພລິສກ່າວວ່າ ພວກເຂົາອາດຈະຕ້ອງຂຶ້ນອັດຕາດອກເບ້ຍຕື່ມ ຖ້າເສດຖະກິດຍັງເຕີບໂຕແຂງແຮງເກີນໄປ. ສ່ວນ Mary Daly ປະທານທະນາຄານກາງສະຫະລັດ (Fed) ສາຂາຊານຟຣານຊິສໂກກ່າວວ່າ “ຖ້າຜົນຕອບແທນພັນທະບັດຢູ່ໃນລະດັບສູງ ນັ້ນກໍອາດມີຜົນເທົ່າກັບການຂຶ້ນອັດຕາດອກເບ້ຍອີກຄັ້ງ.”
ຄວນສັງເກດວ່າ Francois Villeroy de Galhau ສະມາຊິກສະພາບໍລິຫານຂອງທະນາຄານກາງເອີຣົບ (ECB) ແລະປະທານທະນາຄານຝຣັ່ງ ກ່າວວ່າ “ໃນຂັ້ນນີ້ ການຂຶ້ນອັດຕາດອກເບ້ຍຕື່ມບໍ່ແມ່ນສິ່ງທີ່ຄວນເຮັດ” ເຊິ່ງກະຕຸ້ນຝ່າຍຊື້ EURUSD. ໃນທຳນອງດຽວກັນ Kent ຈາກ RBA ກ່າວວ່າ ນະໂຍບາຍການເງິນ ກຳລັງຊະລໍການເຕີບໂຕຂອງອຸປະສົງ ແລະເງິນເຟີ້.
ໃນວັນພຸດ ຕົວເລກເງິນເຟີ້ຂອງເຢຍລະມັນປະຈຳເດືອນກັນຍາສະບັບສຸດທ້າຍ ຈະອອກພ້ອມກັບດັດຊະນີລາຄາຜູ້ຜະລິດຂອງສະຫະລັດ (PPI) ແລະບົດບັນທຶກການປະຊຸມ Fed ເຊິ່ງຈະເປັນຂໍ້ມູນທີ່ນັກຊື້ຂາຍຈັບຕາ. ເຖິງແມ່ນວ່າ ຄວາມກົດດັນດ້ານເງິນເຟີ້ໃນເຢຍລະມັນແລະສະຫະລັດມີແນວໂນ້ມຜ່ອນຄາຍລົງ ເຊິ່ງອາດສົ່ງຜົນດີຕໍ່ສິນຊັບທີ່ມີຄວາມສ່ຽງສູງກວ່າ, ແຕ່ບົດບັນທຶກ Fed ທີ່ມີທ່າທີເຂັ້ມງວດອາດກະຕຸ້ນໃຫ້ຝ່າຍຊື້ໂດລາສະຫະລັດກັບມາຄຶກຄັກ.
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!