Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ຂ່າວຫຼາຍສຳນັກທີ່ລະບຸວ່າຈີນກຳລັງຜ່ອນຄາຍຂໍ້ຈຳກັດກິດຈະກຳທີ່ກ່ຽວຂ້ອງກັບ COVID ຊ່ວຍໃຫ້ຕະຫຼາດເລີ່ມຕົ້ນອາທິດການຊື້ຂາຍໃນທິດທາງທີ່ແຂງແຮງຂຶ້ນ. ຄວາມຫວັງວ່າ Fed ຈະຂຶ້ນອັດຕາດອກເບ້ຍຊ້າລົງ ໃນຂະນະທີ່ຜູ້ກຳນົດນະໂຍບາຍເຂົ້າສູ່ຊ່ວງງົດການສື່ສານກ່ອນກອງປະຊຸມ FOMC ກໍເປັນອີກປັດໄຈທີ່ຊ່ວຍໜູນບັນຍາກາດການລົງທຶນແບບກ້າຮັບຄວາມສ່ຽງ.
ຜົນທີ່ຕາມມາແມ່ນ ດັດຊະນີເງິນໂດລາສະຫະລັດຫຼຸດລົງສູ່ລະດັບຕ່ຳສຸດໃໝ່ນັບແຕ່ທ້າຍເດືອນມິຖຸນາ ແລະ ຊ່ວຍໃຫ້ລາຄາສິນຄ້າໂພກພັນທະ ແລະ ສະກຸນເງິນອອສເຕຣເລຍ-ນິວຊີແລນປັບຂຶ້ນຕໍ່ຈາກກຳໄລໃນອາທິດກ່ອນ. ຕະຫຼາດຮຸ້ນເຄື່ອນໄຫວປະປົນກັນ ເນື່ອງຈາກຕົວເລກ NFP ຂອງສະຫະລັດທີ່ແຂງແກ່ງໃນວັນສຸກ ສວນທາງກັບການປັບຂຶ້ນຂອງຮຸ້ນທີ່ກ່ຽວຂ້ອງກັບຈີນ.
ລາຄາຄຳປັບຂຶ້ນສູ່ລະດັບສູງສຸດນັບແຕ່ຕົ້ນເດືອນກໍລະກົດ ຂະນະທີ່ລາຄານ້ຳມັນດິບຫຼຸດລົງ ທ່າມກາງຂ່າວຈາກ OPEC+ ແລະ ຣັດເຊຍທີ່ມີທິດທາງຕ່າງກັນ.
AUDUSD ຍັງແຂງຄ່າຂຶ້ນ ຂະນະທີ່ນັກຊື້ຂາຍລໍຖ້າການປະຊຸມ RBA ໃນອາທິດນີ້. ສ່ວນ USDJPY ເຄື່ອນໄຫວສວນທາງກັບທ່າອ່ຽງ ເນື່ອງຈາກຜົນຕອບແທນພັນທະບັດ Treasury ປັບຂຶ້ນ.
ສະກຸນເງິນຄຣິບໂຕເຄີເຣນຊີຍັງໂດດເດັ່ນ ແລະ ປັບຂຶ້ນຕໍ່ຈາກກຳໄລກ່ອນໜ້າ ເຖິງແມ່ນຕະຫຼາດກັງວົນວ່າຈະມີກົດລະບຽບເຂັ້ມງວດ ແລະ ການລົ້ມລະລາຍເພີ່ມຂຶ້ນ.
ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:



ເຖິງແມ່ນລາຍງານການຈ້າງງານຂອງສະຫະລັດໃນວັນສຸກຈະອອກມາເກີນຄາດ ແລະ ໜູນຄ່າເງິນໂດລາສະຫະລັດ, ແຕ່ການປັບຂຶ້ນຂອງເງິນໂດລາກໍຢູ່ໄດ້ບໍ່ດົນ ເນື່ອງຈາກນັກຊື້ຂາຍກັງວົນວ່າ Fed ອາດປັບຂຶ້ນອັດຕາດອກເບ້ຍຊ້າລົງ ແລະ ຫຼີກລ່ຽງການສະໜັບສະໜູນສະກຸນເງິນສະຫະລັດ.
ຄວາມຮູ້ສຶກໃນແງ່ບວກຕໍ່ການເປີດປະເທດຄືນໃໝ່ຂອງຈີນ ໂດຍມີຄຳເຫັນຂອງປະທານປະເທດ Xi Jinping ໜູນຫຼັງ ກໍສ້າງແຮງກົດດັນຕໍ່ USD. ເນື່ອງຈາກຈີນມີອິດທິພົນສູງໃນຕະຫຼາດຄຳ ຂ່າວໃນແງ່ບວກ ແລະ ເງິນໂດລາສະຫະລັດທີ່ອ່ອນຄ່າລົງ ຈຶ່ງຊ່ວຍໃຫ້ລາຄາຄຳປັບຂຶ້ນສູ່ລະດັບສູງສຸດໃໝ່ໃນຮອບຫຼາຍມື້.
ນອກຈາກນັ້ນ ຄາດການວ່າ RBA ຈະປັບຂຶ້ນອັດຕາດອກເບ້ຍ ເຖິງແມ່ນຈະມີຫົວຂ່າວໃນແງ່ດີທີ່ພະຍາຍາມຫຼຸດຄວາມກົດດັນຈາກທ່າອ່ຽງຂາລົງ ກໍຊ່ວຍໃຫ້ AUDUSD ຍັງໄດ້ປຽບ ພ້ອມກັບເງິນໂດລາສະຫະລັດທີ່ອ່ອນຄ່າ ແລະ ບັນຍາກາດກ້າຮັບຄວາມສ່ຽງ.
ລາຄານ້ຳມັນດິບບໍ່ສາມາດປັບຂຶ້ນໄດ້ຫຼາຍ ເຖິງແມ່ນເງິນໂດລາສະຫະລັດຈະອ່ອນຄ່າ ເນື່ອງຈາກ OPEC+ ຄົງການຕັດສິນໃຈເລື່ອງປະລິມານການຜະລິດໄວ້ຕາມເດີມ. ລາຄານ້ຳມັນດິບກໍບໍ່ໄດ້ຮັບແຮງໜູນຈາກການທີ່ຣັດເຊຍປະຕິເສດການສະໜອງນ້ຳມັນໃຫ້ປະເທດທີ່ສະໜັບສະໜູນການກຳນົດເພດານລາຄາໂດຍ EU.
ໃນຂະນະດຽວກັນ ຂ່າວການປົດພະນັກງານ ແລະ ການລົ້ມລະລາຍທີ່ເພີ່ມຂຶ້ນໃນຕະຫຼາດແລກປ່ຽນຄຣິບໂຕ ກໍບໍ່ສາມາດກົດດັນ BTCUSD ແລະ ETHUSD ໄດ້ ທ່າມກາງການທະລຸແນວຕ້ານທາງເທັກນິຄ.
ໃນຕໍ່ໜ້າ ຕົວເລກ PMIs ຂັ້ນສຸດທ້າຍປະຈຳເດືອນພະຈິກຈາກອັງກິດ, ເຂດຢູໂຣ ແລະສະຫະລັດ ຈະອອກພ້ອມກັບ US ISM Services PMI ເພື່ອເປັນຈຸດສົນໃຈໃຫ້ແກ່ນັກຊື້ຂາຍລະຫວ່າງມື້. ສິ່ງທີ່ສຳຄັນເພີ່ມອີກຄືຄຳສັ່ງຊື້ຈາກໂຮງງານສະຫະລັດປະຈຳເດືອນຕຸລາ ແລະ ISM Services PMI ປະຈຳເດືອນພະຈິກ. ແນວໃດກໍຕາມ ຄວນສັງເກດວ່າ ການບໍ່ມີການກ່າວຄຳປາໄສຈາກບັນດາຜູ້ຕາງໜ້າ Fed ອາດເຮັດໃຫ້ຕະຫຼາດຍັງຊົບເຊົາ. ຂະນະທີ່ RBA ແລະຕົວເລກຄັ້ງທຳອິດຂອງດັດຊະນີຄວາມເຊື່ອໝັ້ນຜູ້ບໍລິໂພກ Michigan ຈະເປັນປັດໃຈສຳຄັນຂອງອາທິດ.
ຮັບປະໂຫຍດຈາກແນວໂນ້ມຕະຫຼາດກັບ ໂບຣກເກີທີ່ດີທີ່ສຸດໃນພາກພື້ນອາຊີ-ປາຊີຟິກ. ພວກເຮົາມີເງື່ອນໄຂການຊື້ຂາຍທີ່ດີເລີດ, ບໍລິການ Copy Trade ຄຸນນະພາບສູງ ແລະໂຄງການແນະນຳລູກຄ້າ IB ທີ່ໄດ້ຮັບຫຼາຍລາງວັນ.
ຊື້ຂາຍຢ່າງມັ່ນໃຈ ແລະຮັບປະສົບການກັບເງື່ອນໄຂການຊື້ຂາຍທີ່ເໝາະສົມທີ່ສຸດຈາກ MTrading!
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!