Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ຕະຫຼາດໂລກຍັງຄົງຖືກກົດດັນ ເມື່ອຄວາມຄາດຫວັງວ່າເງິນເຟີ້ໃນສະຫະລັດຈະສູງເປັນປະຫວັດການມາປະກອບກັບຄວາມກັງວົນວ່າເສດຖະກິດໂລກຈະຊະລໍຕົວລົງ. ຂ່າວທີ່ສື່ວ່າຈີນຈະປິດເມືອງເພື່ອຄວບຄຸມ COVID-19 ແລະຄວາມຕຶງຄຽດດ້ານພູມີລັດສາດກ່ຽວກັບວິກິດການຣັດເຊຍ-ຢູເຄຣນ ກໍມີສ່ວນສ້າງບັນຍາກາດຫຼີກລ່ຽງຄວາມສ່ຽງ.
ບັນຍາກາດຕະຫຼາດທີ່ຊຶມເຊົາດັນໃຫ້ເງິນໂດລາສະຫະລັດຂຶ້ນເຮັດສະຖິຕິສູງສຸດໃນຮອບ20ປີ ຕາມດັດຊະນີUSD Index ຂະນະທີ່ລາຄາຄຳແລະນ້ຳມັນດິບຫຼຸດລົງ. ສະກຸນເງິນຂອງອົດສະຕຣາລີແລະນິວຊີແລນກໍອ່ອນຄ່າຕາມກະແສຫຼີກລ່ຽງຄວາມສ່ຽງ ແຕ່ຝ່າຍຂາຍNZDUSDຍັງປະສົບຄວາມລຳບາກກ່ອນທີ່RBNZຈະຂຶ້ນອັດຕາດອກເບ້ຍໃນວັນພຸດ.
ຄຣິບໂຕເຄີເຣນຊີຍັງຄົງຖືກກົດດັນເປັນມື້ທີ3ຕິດຕໍ່ກັນ ເມື່ອການດີດຕົວກັບຄືນຫຼັງການປັບຖານອ່ອນແຮງລົງ ທ່າມກາງຄວາມຫວັງວ່າຈະມີອຸປະທານເພີ່ມຂຶ້ນ ແລະມີກົດລະບຽບຄວບຄຸມ.
ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:



ເຖິງວ່າຈີນຈະພະຍາຍາມພະຍຸງຕະຫຼາດຂາຂຶ້ນ ດ້ວຍການສົ່ງສັນຍານວ່າຈະອັດສີດມາດຕະການກະຕຸ້ນເສດຖະກິດມູນຄ່າຫຼາຍພັນລ້ານໂດລາ ແຕ່ຂໍ້ຈຳກັດກິດຈະກຳຮອບໃໝ່ທີ່ເກີດຈາກ COVID ກໍເພີ່ມຄວາມສ່ຽງໃຫ້ຕະຫຼາດ. ສິ່ງທີ່ຕະຫຼາດໃຫ້ຄວາມສົນໃຈຫຼາຍແມ່ນຄາດຄະເນເງິນເຟີ້ຂອງສະຫະລັດໃນຮອບ 1 ປີ ທີ່ສູງສຸດເປັນປະຫວັດການ ພ້ອມກັບຄວາມກັງວົນວ່າເສດຖະກິດເອີຣົບຈະຊະລໍຕົວ ເນື່ອງຈາກມີກຳນົດຢຸດສົ່ງພະລັງງານຈາກຣັດເຊຍ. ຄວາມພ້ອມຂອງ G7 ທີ່ຈະກຳນົດເພດານລາຄານ້ຳມັນຣັດເຊຍ ແລະວິກິດການການເມືອງໃນອັງກິດ ຍັງເປັນປັດໄຈລົບເພີ່ມເຕີມຕໍ່ຄວາມເຊື່ອໝັ້ນໃນຕະຫຼາດ.
ດັດຊະນີ USD ບໍ່ສົນໃຈຜົນຕອບແທນພັນທະບັດທີ່ອ່ອນແອ ເຖິງແມ່ນເສັ້ນຜົນຕອບແທນຈະສະທ້ອນຄວາມກັງວົນວ່າຈະເກີດພາວະຖົດຖອຍ. ແຕ່ດັດຊະນີເງິນໂດລາກຳລັງເຂົ້າໃກ້ແນວຕ້ານສຳຄັນບໍລິເວນ 110.00 ຂະນະທີ່ນັກຊື້ຂາຍກຽມຮັບມືກັບການປະກາດຕົວເລກເງິນເຟີ້ຂອງສະຫະລັດໃນວັນພຸດ.
ລາຄາຄຳກັບລົງໄປທົດສອບລະດັບຕ່ຳສຸດຂອງປີ ແລະ GBPUSD ຫຼຸດລົງເຮັດລະດັບຕ່ຳສຸດໃໝ່ໃນຮອບ 2 ປີ ຂະນະທີ່ EURUSD ເຂົ້າໃກ້ລະດັບເທົ່າກັບ 1 ແລະເຮັດລະດັບຕ່ຳສຸດໃໝ່ໃນຮອບ 20 ປີ. ນອກຈາກນັ້ນ USDJPY ຖອຍລົງຈາກລະດັບສູງສຸດນັບຕັ້ງແຕ່ປີ 1998 ຂະນະທີ່ຜົນຕອບແທນພັນທະບັດມີສ່ວນກຳນົດທິດທາງ.
ສຳລັບສະກຸນເງິນຄຣິບໂຕ ຂ່າວລືວ່າ Mt. Gox ອາດຈະປ່ອຍ Bitcoin ປະມານ 150,000 ຫຼຽນ ປະສົມກັບຄວາມກັງວົນວ່າຈະມີການກຳກັບດູແລເພີ່ມຂຶ້ນ ແລະການທີ່ຕະຫຼາດຂາຂຶ້ນບໍ່ສາມາດຜ່ານເສັ້ນຄ່າສະເລ່ຍເຄື່ອນທີ່ໄລຍະຍາວໄດ້ ຈຶ່ງຊ່ວຍໃຫ້ຝ່າຍຂາລົງຂອງ BTCUSD ແລະ ETHUSD ຍັງມີຄວາມຫວັງ.
ສັນຍານຊື້ແຮງ: USDCAD
⏬ 🔴 ສັນຍານຂາຍແຮງ: Nasdaq, ເງິນ, ETHUSD
⬆️ 🟢 ຊື້: USD Index, USDJPY
⬇️ 🔴 ຂາຍ: DAX, FTSE 100, ຄຳ, BTCUSD
ບໍ່ວ່າຈະເປັນການຄາດການຂຶ້ນອັດຕາດອກເບ້ຍຂອງ RBNZ ແລະ BOC ຫຼືຕົວເລກ CPI ຂອງສະຫະລັດ ວັນພຸດເບິ່ງຄືຈະເປັນມື້ສຳຄັນທີ່ສຸດຂອງອາທິດສຳລັບນັກຊື້ຂາຍ. ເຖິງແມ່ນວ່າຄວາມກັງວົນເລື່ອງເສດຖະກິດຊະລໍຕົວ ແລະທ່າທີເຂັ້ມງວດຂອງທະນາຄານກາງອາດຈະຍັງໜູນໃຫ້ USD ແຂງຄ່າຕໍ່ໄປ ແຕ່ NZDUSD ແລະ USDCAD ອາດຟື້ນຕົວໄດ້ໃນໄລຍະສັ້ນ ຫາກທະນາຄານກາງແຕ່ລະແຫ່ງບໍ່ເຮັດໃຫ້ຝ່າຍທີ່ຄາດວ່າຈະມີທ່າທີເຂັ້ມງວດຜິດຫວັງ.
ຮັບປະໂຫຍດຈາກແນວໂນ້ມຕະຫຼາດກັບ ໂບຣກເກີທີ່ດີທີ່ສຸດໃນພາກພື້ນອາຊີ-ປາຊີຟິກ. ພວກເຮົາມີເງື່ອນໄຂການຊື້ຂາຍທີ່ດີເລີດ, ບໍລິການ Copy Trade ຄຸນນະພາບສູງ ແລະໂຄງການແນະນຳລູກຄ້າ IB ທີ່ໄດ້ຮັບຫຼາຍລາງວັນ.
ຊື້ຂາຍຢ່າງມັ່ນໃຈ ແລະຮັບປະສົບການກັບເງື່ອນໄຂການຊື້ຂາຍທີ່ເໝາະສົມທີ່ສຸດຈາກ MTrading!
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!