Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

USD ເຄື່ອນໄຫວຕາມການຫຼຸດລົງຕໍ່ເນື່ອງຂອງຜົນຕອບແທນພັນທະບັດຈາກລະດັບສູງສຸດໃນຮອບ 40 ເດືອນ; ຕະຫຼາດຈັບຕາ ECB

USD ເຄື່ອນໄຫວຕາມການຫຼຸດລົງຕໍ່ເນື່ອງຂອງຜົນຕອບແທນພັນທະບັດຈາກລະດັບສູງສຸດໃນຮອບ 40 ເດືອນ; ຕະຫຼາດຈັບຕາ ECB

ນັກລົງທຶນສະຫະລັດມີມື້ທີ່ດີໃນວັນພຸດ ເຖິງແມ່ນວ່າດັດຊະນີລາຄາຜູ້ຜະລິດ (PPI) ຈະສູງ ແລະການເລີ່ມຕົ້ນລະດູລາຍງານຜົນປະກອບການໄຕມາດ 1 ປີ 2022 ແບບບໍ່ເປັນທາງການຈະອອກມາປົນກັນກໍຕາມ. ສາເຫດອາດກ່ຽວຂ້ອງກັບຄວາມຫວັງວ່າຕະຫຼາດຈະຟື້ນຕົວໄດ້ໄວ ເມື່ອບັນຫາດ້ານພູມສາດການເມືອງ ແລະໂຄວິດຄ່ອຍໆຜ່ອນຄາຍລົງ.

ຄວາມເຊື່ອໝັ້ນນີ້ກົດດັນຜົນຕອບແທນພັນທະບັດ ແລະຜັກດັນໃຫ້ USD Index (DXY) ຢຸດຂາຂຶ້ນຕໍ່ເນື່ອງ 9 ມື້ ພ້ອມທັງຊ່ວຍໃຫ້ດັດຊະນີຫຼັກຂອງ Wall Street ປິດດ້ວຍການເພີ່ມຂຶ້ນລາຍວັນຫຼາຍທີ່ສຸດໃນຮອບໜຶ່ງອາທິດ. 

ບັນຍາກາດທີ່ນັກລົງທຶນກ້າຮັບຄວາມສ່ຽງຍັງຄົງຕໍ່ເນື່ອງໃນອາຊີ-ປາຊີຟິກ ເຖິງແມ່ນອິນເດຍຈະຢຸດພັກກໍຕາມ. ສ່ວນຮຸ້ນໃນເອີຣົບ ແລະອັງກິດເຄື່ອນໄຫວປົນກັນ ໂດຍຕະຫຼາດຈັບຕາກອງປະຊຸມນະໂຍບາຍການເງິນຂອງທະນາຄານກາງເອີຣົບ (ECB).

ລາຄາຄຳ ແລະນ້ຳມັນດິບໄດ້ຮັບອານິສົງຈາກຄວາມອ່ອນຄ່າຂອງ USD ຂະນະທີ່ BTCUSD ມີຂ່າວດີທີ່ອາດດຶງດູດຜູ້ຊື້ກັບຄືນມາ.

ດ້ານອື່ນໆ USDJPY ອ່ອນລົງຈາກລະດັບສູງສຸດໃນຮອບຫຼາຍປີ ແຕ່ USDCAD ຍັງປັບຕົວຕໍ່ການຫຼຸດລົງທີ່ນຳໂດຍ BOC ບໍ່ໄດ້, ເຊິ່ງເປັນການຫຼຸດລົງຫຼາຍທີ່ສຸດໃນຮອບໜຶ່ງເດືອນ.

ລາຍການຜົນງານລ່າສຸດຂອງສິນຊັບຫຼັກມີດັ່ງນີ້:

  • ນ້ຳມັນ BRENT ຫຼຸດລົງຈາກກຳໄລທີ່ເພີ່ມຂຶ້ນກ່ອນໜ້າ ໂດຍເຄື່ອນໃຫ້ຢູ່ໃກ້ $108.00, ຫຼຸດລົງ 1.20% ໃນລະຫວ່າງມື້.
  • ຄຳຍັງເຄື່ອນໄຫວບໍ່ຊັດເຈນ ຢູ່ໃກ້ $1,980 ເຖິງແມ່ນວ່າ USD Index ຫຼຸດລົງຕ່ຳກວ່າ ລະດັບ 100.
  • Dow Jones, NASDAQ, ແລະ S&P 500 ຕ່າງກໍເພີ່ມຂຶ້ນຫຼາຍກວ່າ 1.0% ໃນວັນພຸດ.
  • DAX ເພີ່ມຂຶ້ນໃກ້ 0.50% ແຕ່ FTSE 100 ຫຼຸດລົງ 0.30% ຂະນະໃກ້ລະດັບ 7,550.
  • BTCUSD ເພີ່ມຂຶ້ນ 0.30% ມາຢູ່ທີ່ ລະດັບ $14,300 ແຕ່ ETHUSD ຫຼຸດລົງ 0.15% ມາຢູ່ທີ່ 3,115.
ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

ຜູ້ຊື້ພັນທະບັດກົດດັນຝ່າຍຂາຍ USD ໃນອາທິດທີ່ສັ້ນລົງຍ້ອນມີວັນພັກ

ເຖິງແມ່ນວ່າເງິນເຟີ້ລາຄາຈາກໂຮງງານຂອງສະຫະລັດໃນເດືອນມີນາຈະສູງຂຶ້ນຫຼາຍກວ່າທີ່ຄາດ ແຕ່ຜົນຕອບແທນພັນທະບັດຄັງເງິນສະຫະລັດກໍຍັງຫຼຸດລົງຕໍ່ຈາກລະດັບສູງສຸດໃນຮອບກວ່າ 3 ປີ ທີ່ເກີດຂຶ້ນຕົ້ນອາທິດ. ສິ່ງນີ້ເຮັດໃຫ້ USD Index ປິດລົບເປັນຄັ້ງທຳອິດໃນຮອບ 10 ມື້ ພ້ອມກັບຖອຍລົງຈາກລະດັບສູງສຸດໃນຮອບ 23 ເດືອນ.

ຄວາມອ່ອນຄ່າຂອງ USD ຊ່ວຍໃຫ້ລາຄາຄຳຂຶ້ນເຮັດສະຖິຕິສູງສຸດໃໝ່ຂອງເດືອນ ແລະຍັງໜູນລາຄານ້ຳມັນ Brent ໃຫ້ຂຶ້ນສູງສຸດໃນຮອບກວ່າ 1 ອາທິດ. ຂ່າວທີ່ວ່າຜູ້ກຳນົດນະໂຍບາຍບາງຄົນຂອງເຢຍລະມັນໄດ້ໄປຢ້ຽມຢາມຢູເຄຣນ ແລະກັບມາພ້ອມຂໍ້ສະເໜີວ່າເອີຣົບບໍ່ຄວນກັງວົນກັບສະພາບເສດຖະກິດ ແລະຄວນຫ້າມນຳເຂົ້ານ້ຳມັນຈາກຣັດເຊຍ ກໍຊ່ວຍໜູນລາຄານ້ຳມັນດິບເຊັ່ນກັນ. ແຕ່ຂ່າວທີ່ວ່າມາດຕະການລັອກດາວຂອງຈີນຈະຊ້ຳເຕີມບັນຫາຫ່ວງໂຊ່ອຸປະທານໂລກ ແລະຄວາມຕ້ອງການພະລັງງານ ໄດ້ກົດດັນຜູ້ຊື້ນ້ຳມັນດິບ.

ຕໍ່ມາ ຜົນຕອບແທນທີ່ຫຼຸດລົງ ບວກກັບຜົນປະກອບການທີ່ດີກວ່າຄາດຂອງ Delta Airlines ແລະທ່າທີມອງໃນແງ່ດີຢ່າງລະມັດລະວັງຂອງຜູ້ກຳນົດນະໂຍບາຍທົ່ວໂລກ ໄດ້ໜູນຕະຫຼາດຫຸ້ນສະຫະລັດ ແລະສົ່ງຜົນດີຕໍ່ຫຸ້ນໃນອາຊີ-ປາຊີຟິກ ແລະເອີຣົບໃນຊ່ວງລ່າສຸດ.

ອີກດ້ານໜຶ່ງ ການຊື້ BTC ມູນຄ່າ 100 ລ້ານໂດລາຂອງ LUNA Foundation Guard (LFG) ບວກກັບບັດເຄຣດິດທີ່ໃຊ້ຄຣິບໂຕຂອງ Nexo ໄດ້ໜູນຝ່າຍຊື້ BTCUSD. ແຕ່ການປະກາດເລື່ອນການອັບເດດ Ethereum Merge ທີ່ລໍຖ້າມາດົນອອກໄປອີກ ເຮັດໃຫ້ ETHUSD ບໍ່ສາມາດດຶງດູດຜູ້ຊື້ໄດ້.

ຊື້ຢ່າງແຂງແຮງ: USDJPY

⏬ 🔴 ຂາຍແຮງ: ETH/USD

⬆️ 🟢 ຊື້: ດັດຊະນີ USD, ຄຳ, ເງິນ, ນ້ຳມັນ Brent

⬇️ 🔴 ຂາຍ: DOW JONES, S&P 500, BTC/USD, DAX, FTSE 100

ECB ຈະເດີນຕາມ RBNZ ແລະ BOC ຫຼືບໍ່?

ເຖິງວ່າຈະມີທ່າທີມອງໃນແງ່ດີຢ່າງລະມັດລະວັງໃນຊ່ວງລ່າສຸດ ແຕ່ຕະຫຼາດຍັງກັງວົນວ່າທະນາຄານກາງເອີຣົບ (ECB) ອາດຈະບໍ່ເດີນຕາມທະນາຄານກາງນິວຊີແລນ (RBNZ) ແລະທະນາຄານກາງການາດາ (BOC) ເນື່ອງຈາກທັງສອງແຫ່ງປະກາດຂຶ້ນອັດຕາດອກເບ້ຍ 0.50%. ສາເຫດອາດກ່ຽວຂ້ອງກັບສະພາບເສດຖະກິດທີ່ອ່ອນແອຂອງທະວີບເກົ່າ ແລະຄວາມທ້າທາຍຫຼ້າສຸດຈາກຈີນຍ້ອນ COVID. ຖ້າ ECB ສົ່ງສັນຍານເຂັ້ມງວດຕໍ່ເງິນເຟີ້ USD ອາດຈະອ່ອນຄ່າລົງຕື່ມ ເຊິ່ງອາດຊ່ວຍໃຫ້ EURUSD ຟື້ນຕົວຕໍ່ຈາກລະດັບລ່າສຸດ.

ເຖິງຢ່າງນັ້ນ ຄາດວ່າຄວາມຮູ້ສຶກຂອງຕະຫຼາດຈະຍັງບໍ່ດີ ເພາະວິກິດລະຫວ່າງຢູເຄຣນ-ຣັດເຊຍຍັງບໍ່ມີທ່າທີຈະສິ້ນສຸດ ຂະນະທີ່ການກັບມາລະບາດຂອງ COVID-19 ໃນຈີນເປັນອີກສິ່ງທ້າທາຍຕໍ່ເສດຖະກິດໂລກ.

ອີກດ້ານໜຶ່ງ ຈີນແລະອິນເດຍເພີ່ມຄວາມຫຍຸ້ງຍາກໃຫ້ຜູ້ຊື້ຂາຍຄຣິບໂຕເຄີເຣນຊີ ແລະຝ່າຍຂາຍ USD ກໍຍັງຫ່າງໄກຈາກຈຸດເຂົ້າຊື້ ເຊິ່ງເປັນສັນຍານເຕືອນຜູ້ທີ່ມອງໃນແງ່ດີຕໍ່ BTCUSD.

ນອກຈາກນີ້ Citigroup, Wells Fargo, Goldman Sachs, Morgan Stanley ແລະ Bank of America ກຳລັງຈະລາຍງານຜົນປະກອບການໄຕມາດ 1 ປີ 2022 ເຊິ່ງຕະຫຼາດຈະຕິດຕາມຢ່າງໃກ້ຊິດ ເພື່ອປະເມີນທິດທາງຂອງຕະຫຼາດຫຸ້ນ.

ຮ່ວມກັບ MTrading Copy Trade ເພື່ອຕາມທັນກະແສການປ່ຽນແປງຂອງຕະຫຼາດ ພ້ອມ ດ້ວຍເງື່ອນໄຂການຊື້ຂາຍຊັ້ນນຳ:

  • spread ສູນສຳລັບ EURUSD, GBPUSD, USDJPY, ຄຳ, ເງິນ ແລະສິນຊັບຍອດນິຍົມອື່ນໆ;
  • ແພລດຟອມ Copy Trading ທີ່ໜ້າເຊື່ອຖືທີ່ສຸດ ພ້ອມແດຊບອດທີ່ໃຊ້ງານງ່າຍ ແລະລາຍງານຢ່າງສະໝ່ຳສະເໝີ;
  • ມີຜູ້ຊື້ຂາຍຊັ້ນນຳໃຫ້ເລືອກ ແລະຄັດລອກການຊື້ຂາຍຫຼາກຫຼາຍ ພ້ອມອັບເດດລາຍຊື່ເປັນປະຈຳ.

ຄັດລອກລາຍການຊື້ຂາຍຂອງຜູ້ຊ່ຽວຊານ Copy Trading ໂດຍອັດຕະໂນມັດ ແບບທັນທີ ດ້ວຍ spread ສູນໃນ M.Pro!

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!