Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.
ຮຸ້ນສາມັນແມ່ນຫຼັກຊັບປະເພດໜຶ່ງທີ່ທ່ານສາມາດລົງທຶນໄດ້. ຮຸ້ນປະເພດນີ້ຍັງເອີ້ນວ່າຮຸ້ນທຳມະດາ ຫຼືຮຸ້ນທີ່ມີສິດອອກສຽງ ແລະສະແດງວ່າທ່ານເປັນເຈົ້າຂອງສ່ວນໜຶ່ງໃນທຶນຂອງບໍລິສັດ. ຖ້າທ່ານຖືຮຸ້ນສາມັນ ທ່ານມີສິດໄດ້ຮັບສ່ວນແບ່ງຜົນກຳໄລຂອງອົງກອນ ພ້ອມທັງມີສ່ວນຮ່ວມໃນການເລືອກຕັ້ງຄະນະກຳມະການ, ອອກສຽງລົງຄະແນນກ່ຽວກັບນະໂຍບາຍສຳຄັນຂອງບໍລິສັດ ແລະເຂົ້າຮ່ວມກິດຈະກຳອື່ນໆທີ່ກ່ຽວຂ້ອງກັບບໍລິສັດ.

ໃນດ້ານການລົງທຶນ ຫຼັກຊັບເຫຼົ່ານີ້ອາດເປັນວິທີທີ່ດີໃນການສ້າງຄວາມຮັ່ງມີ. ແຕ່ທ່ານຄວນໃຊ້ວິທີປະເມີນມູນຄ່າຮຸ້ນສາມັນທີ່ມີປະສິດທິຜົນ ເພື່ອປະເມີນສິນຊັບ ແລະເລືອກຮຸ້ນທີ່ຕອບໂຈດຄວາມຕ້ອງການດ້ານການລົງທຶນສະເພາະຂອງທ່ານ. ໃນບົດຄວາມນີ້ ພວກເຮົາຈະອະທິບາຍວ່າຮຸ້ນສາມັນແມ່ນຫຍັງ, ຮຸ້ນບຸລິມະສິດແຕກຕ່າງຈາກຮຸ້ນສາມັນແນວໃດ ພ້ອມທັງຂໍ້ດີ ແລະຂໍ້ເສຍຫຼັກໆຂອງຫຼັກຊັບນີ້.
ຮຸ້ນສາມັນແມ່ນຫຍັງ? ຮຸ້ນສາມັນແມ່ນຕົວແທນສິດຄວາມເປັນເຈົ້າຂອງຜູ້ລົງທຶນໃນບໍລິສັດຜູ້ອອກຮຸ້ນ. ລອງນຶກເຖິງອົງກອນໜຶ່ງທີ່ດຳເນີນງານໄດ້ດີ ມີຜົນງານໂດດເດັ່ນ ແລະມູນຄ່າຊັບສິນເຕີບໂຕຢ່າງວ່ອງໄວ. ໝາຍຄວາມວ່າມູນຄ່າຮຸ້ນສາມັນທີ່ທ່ານຖືຄອງໃນຖານະສ່ວນໜຶ່ງຂອງຄວາມເປັນເຈົ້າຂອງໃນບໍລິສັດນີ້ກໍເພີ່ມຂຶ້ນເຊັ່ນກັນ ເຊິ່ງໝາຍເຖິງມູນຄ່າຫຼັກຊັບທີ່ສູງຂຶ້ນ.
ໃນທາງກົງກັນຂ້າມ ບໍລິສັດທີ່ດຳເນີນງານບໍ່ດີອາດບໍ່ສາມາດຮັກສາມູນຄ່າຮຸ້ນສາມັນໃຫ້ສູງໄດ້. ນອກຈາກນັ້ນ ມູນຄ່າຮຸ້ນອາດຫຼຸດລົງໃນມຸມມອງຂອງຜູ້ລົງທຶນ. ດັ່ງນັ້ນ ຮຸ້ນສາມັນຈຶ່ງເປັນຊັບສິນທີ່ເຮັດໃຫ້ຜູ້ຊື້ຂາຍມີສ່ວນຮ່ວມໃນການຂຶ້ນລົງຂອງບໍລິສັດໃນໄລຍະຍາວ.



ກ່ອນອື່ນ ຄວນກ່າວເຖິງວ່າຮຸ້ນສາມັນມີ 2 ປະເພດຫຼັກຄື ປະເພດທີ່ມີສິດອອກສຽງ ແລະປະເພດທີ່ບໍ່ມີສິດອອກສຽງ. ບໍລິສັດດຽວກັນສາມາດອອກຮຸ້ນສາມັນທັງສອງປະເພດໄດ້. ຕົວຢ່າງ: ຮຸ້ນປະເພດ A ຂອງ Google ທີ່ຈົດທະບຽນໃນ NASDAQ (GOOGL) ແມ່ນຮຸ້ນທີ່ມີສິດອອກສຽງ ສ່ວນຮຸ້ນປະເພດ C (GOOG) ແມ່ນຮຸ້ນທີ່ບໍ່ມີສິດອອກສຽງ.
ສິດຂອງຜູ້ຖືຮຸ້ນສາມັນລວມມີສິດອອກສຽງລົງຄະແນນກ່ຽວກັບການປ່ຽນແປງຄະນະກຳມະການ, ການເລືອກກຳມະການບໍລິສັດ, ການແບ່ງຮຸ້ນ, ການປ່ຽນແປງນະໂຍບາຍ ແລະເຫດການອື່ນໆຂອງບໍລິສັດ.
ສາມາດແບ່ງຜົນກຳໄລໄດ້ຫຼາຍວິທີ. ໂດຍທົ່ວໄປ ບໍລິສັດຈະແບ່ງຜົນກຳໄລຜ່ານເງິນປັນຜົນ. ໝາຍຄວາມວ່າຜູ້ຖືຮຸ້ນແຕ່ລະຄົນຈະໄດ້ຮັບສ່ວນແບ່ງຜົນກຳໄລຕາມສັດສ່ວນ ພາຍໃນໄລຍະເວລາທີ່ກຳນົດໄວ້.
ຕົວຢ່າງ: ສົມມຸດວ່າທ່ານຖືຮຸ້ນສາມັນຂອງບໍລິສັດໜຶ່ງ ເຊິ່ງຈະຈ່າຍເງິນປັນຜົນລວມ 10 ລ້ານໂດລາ. ບໍລິສສັດມີຜູ້ຖືຮຸ້ນ 20 ລ້ານຄົນ ແລະແຕ່ລະຄົນມີສ່ວນແບ່ງຜົນກຳໄລຕາມສັດສ່ວນ. ຜູ້ລົງທຶນແຕ່ລະຄົນຈະໄດ້ຮັບ 0.50 ໂດລາຕໍ່ຮຸ້ນສາມັນແຕ່ລະຮຸ້ນທີ່ຕົນຖື
ດ້ານໜຶ່ງ ຮຸ້ນປະເພດນີ້ອາດສ້າງຜົນກຳໄລໄດ້ສູງສຸດ ຂຶ້ນກັບວິທີປະເມີນມູນຄ່າຮຸ້ນສາມັນທີ່ທ່ານເລືອກ. ອີກດ້ານໜຶ່ງ ເມື່ອບໍລິສັດປະສົບບັນຫາ ຜູ້ຖືຮຸ້ນສາມັນຈະເປັນກຸ່ມສຸດທ້າຍທີ່ຈະໄດ້ຮັບຜົນກຳໄລ. ນອກຈາກນັ້ນ ຮຸ້ນສາມັນຍັງມີລຳດັບຄວາມສຳຄັນຕ່ຳສຸດໃນກໍລະນີຜູ້ອອກຮຸ້ນລົ້ມລະລາຍ. ອີກຄວາມໝາຍໜຶ່ງຄື ທ່ານອາດບໍ່ໄດ້ຮັບຫຍັງເລີຍ ຖ້າບໍລິສັດຢຸດດຳເນີນງານ ແລະຮຸ້ນສາມັນມີມູນຄ່າເປັນສູນ. ຄວນພິຈາລະນາຂໍ້ດີແລະຂໍ້ເສຍຕໍ່ໄປນີ້ ກ່ອນເລືອກລົງທຶນໃນຮຸ້ນປະເພດນີ້.
ຂໍ້ດີ
ຂໍ້ເສຍ
ຮຸ້ນບຸລິມະສິດເປັນຫຼັກຊັບປະເພດຫຼັກອີກປະເພດໜຶ່ງ. ຮຸ້ນປະເພດນີ້ແຕກຕ່າງຈາກຮຸ້ນສາມັນ ເນື່ອງຈາກມີອັດຕາເງິນປັນຜົນຄົງທີ່ ເຊິ່ງບໍ່ປ່ຽນແປງຕາມເວລາ ຫຼືຜົນດຳເນີນງານຂອງບໍລິສັດ. ມູນຄ່າຂອງຮຸ້ນບຸລິມະສິດມີແນວໂນ້ມຜັນຜວນໜ້ອຍກວ່າ. ປັດໃຈເຫຼົ່ານີ້ອາດເຮັດໃຫ້ທ່ານຄິດວ່າຫຼັກຊັບປະເພດນີ້ເປັນທາງເລືອກທີ່ດີກວ່າ. ແຕ່ໃນໄລຍະຍາວ ຮຸ້ນສາມັນຍັງມີໂອກາດສ້າງກຳໄລໄດ້ຫຼາຍກວ່າ.
ເອກະສານນີ້ບໍ່ມີ ແລະບໍ່ຄວນຖືກຕີຄວາມວ່າມີ ຄຳແນະນຳການລົງທຶນ, ຄຳແນະນຳການລົງທຶນສະເພາະ, ການສະເໜີ ຫຼືການຊັກຊວນໃຫ້ເຮັດທຸລະກຳໃດໆໃນເຄື່ອງມືທາງການເງິນ. ກ່ອນຕັດສິນໃຈລົງທຶນ ທ່ານຄວນຂໍຄຳແນະນຳຈາກທີ່ປຶກສາການເງິນອິດສະຫຼະ ເພື່ອໃຫ້ແນ່ໃຈວ່າທ່ານເຂົ້າໃຈຄວາມສ່ຽງ.