
ຕາມຜົນການທົດສອບພາວະຕຶງຣຽດປະຈຳປີ, ທະນາຄານຂະຫນາດໃຫຍ່ຂອງສະຫະລັດຈະຂາດທຶນກາຍ 541 ພັນລ້ານໂດລາສະຫະລັດ ຖ້າຫາກເກີດສະຖານການການຮ້າຍແຮງທີ່ສຸດ. ຕາມນັ້ນ, ລູກຄ້າທີ່ມີການລົງທຶນຈຳນວນຫຼາຍຈະປະເຊີນກັບຜົນກະທົບທາງການເງິນທີ່ຮ້າຍແຮງ.
ການທົດສອບພາວະວິກິດ (stress test) ທີ່ດຳເນີນໂດຍ FED ຈຳລອງສະຖານະການວິກິດສົມມຸດ ໂດຍຄຳນຶງເຖິງຄວາມເປັນໄປໄດ້ທີ່ເສດຖະກິດສະຫະລັດທັງໝົດຈະເຜີຍກັບວິກິດຮ້າຍແຮງທີ່ສຸດ. ຜົນການທົດສອບສະແດງວ່າ ທະນາຄານຂະໜາດໃຫຍ່ທີ່ສຸດຈະຂາດທຶນ $541 bn. ແນວໃດກໍຕາມ ທະນາຄານເຫຼົ່ານີ້ຍັງມີທຶນພຽງພໍທີ່ຈະຊົດເຊີຍສ່ວນຂາດ ແລະຮອງຮັບການຂາດທຶນທີ່ອາດເກີດຂຶ້ນ.
ຜົນການປະເມີນທີ່ຜ່ານເກນຈະຊີ້ບອກວ່າ ສະຖາບັນການເງິນຈະຕ້ອງຖືຄອງເງິນທຶນເທົ່າໃດໃນ 12 ເດືອນຂ້າງໜ້າ. ຜົນການປະເມີນຍັງກຳນົດເງິນທຶນທີ່ຈຳເປັນເພື່ອຮັບມືກັບວິກິດການເງິນແລະການຂາດທຶນຈຳນວນຫຼາຍ. ຖ້າທະນາຄານສາມາດບັນລຸ ຫຼືເກີນຂໍ້ກຳນົດ ກໍຈະບໍ່ຖືກຈຳກັດໂດຍ FED ໃນເລື່ອງຈຳນວນເງິນທຶນທີ່ຈະນຳໄປຈ່າຍເປັນເງິນປັນຜົນໃຫ້ຜູ້ຖືຫຸ້ນ ແລະຊື້ຫຸ້ນຄືນ.



ຜົນລັບເບິ່ງຄືມີຄວາມໝາຍເຊີງສັນຍະລັກຫຼາຍ ເນື່ອງຈາກເກີດຂຶ້ນພຽງບໍ່ກີ່ເດືອນຫຼັງຈາກມີກໍລະນີສະຖາບັນການເງິນລົ້ມລະລາຍຄັ້ງໃຫຍ່ ເຊິ່ງມີທະນາຄານສາມແຫ່ງໃນສະຫະລັດກ່ຽວຂ້ອງ: Signature Bank, First Republic ແລະ Silicon Valley Bank. ດ້ານໜຶ່ງ ສະຖານະການນີ້ເພີ່ມແຮງກົດດັນໃຫ້ທະນາຄານຂະໜາດນ້ອຍ. ອີກດ້ານໜຶ່ງ ມັນກໍ່ໃຫ້ເກີດວິກິດການການເງິນລະດັບທ້ອງຖິ່ນຂຶ້ນມາ. ອີກຢ່າງໜຶ່ງ ການທົດສອບພາວະວິກິດບໍ່ໄດ້ລວມສະຖາບັນການເງິນຂະໜາດນ້ອຍ ເພາະມີແນວໂນ້ມສູງຫຼາຍວ່າພວກເຂົາຈະລົ້ມເຫຼວໂດຍບໍ່ມີໂອກາດຟື້ນຕົວ.
ການທົດສອບນີ້ຈັດຂຶ້ນເພື່ອກຳນົດເຂດກັນຊົນທາງການເງິນ ຫຼືເງິນກັນຊົນສຳລັບການທົດສອບພາວະວິກິດຂອງແຕ່ລະທະນາຄານ. ຕົວເລກນີ້ສະແດງຈຳນວນທຶນຫຸ້ນສາມັນຊັ້ນທີ 1 ທີ່ສະຖາບັນການເງິນຕ້ອງຖືໄວ້ເກີນກວ່າຂໍ້ກຳນົດຂັ້ນຕ່ຳຕາມກົດລະບຽບ ເມື່ອທຽບກັບສິນຊັບທີ່ຖ່ວງນ້ຳໜັກຕາມຄວາມສ່ຽງ. ນີ້ເປັນມາດຕະການສຳຄັນ ເພາະຜົນການທົດສອບຊີ້ວ່າທະນາຄານອາດປະສົບກັບການຂາດທຶນຈາກການຊື້ຂາຍປະມານ 80 ຕື້ໂດລາ. ເຫດການນີ້ອາດເກີດຂຶ້ນຫາກອັດຕາດອກເບ້ຍປັບຂຶ້ນຢ່າງຮຸນແຮງ ເມື່ອຈຳເປັນ.
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!